ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບຮັບໂຄງການກໍ່ສ້າງອານຸສອນສະຖານພູກູດຈອມເຫຼັກ ແລະ
ໂຄງການປັບປຸງຫໍມູນເຊື້ອກອງພັນທີ 2 ຜ່າວົງປິດລ້ອມຢູ່ແຂວງຊຽງຂວາງ


ພິທີເຊັນບົດບັນທຶກມອບ-ຮັບໂຄງການກໍ່ສ້າງອານຸສອນສະຖານພູກູດຈອມເຫຼັກວິລະຊົນ ແລະ ໂຄງການກໍ່ສ້າງປັບປຸງຄືນຫໍມູນເຊື້ອກອງພັນທີ 2 ຜ່າວົງປິດລ້ອມ

     ວັນທີ 16 ກົມພາ 2024 ນີ້, ຢູ່ທີ່ແຂວງຊຽງຂວາງ ໄດ້ມີພິທີເຊັນບົດບັນທຶກມອບ-ຮັບໂຄງການກໍ່ສ້າງອານຸສອນສະຖານພູກູດຈອມ
ເຫຼັກວິລະຊົນ ແລະ ໂຄງການກໍ່ສ້າງປັບປຸງຄືນຫໍມູນເຊື້ອກອງພັນທີ 2 ຜ່າວົງປິດລ້ອມຂຶ້ນຢ່າງເປັນທາງການ ພາຍຫຼັງກໍ່ສ້າງມາແຕ່ເດືອນ
ກັນຍາ ປີ 2023 ຜ່ານມາໄດ້ກໍ່ສ້າງສຳເລັດສົມບູນ ໂດຍເຊັນມອບຂອງ ທ່ານ ສົມພັດທອນ ປະທານ ບໍລິສັດສຸພັດທອນທີ່ປຶກສາ ແລະ ບໍ
ລິການຄົບວົງຈອນຈຳກັດ scs ຜູ້ຮັບເໝົາກໍ່ສ້າງ ແລະ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ ໃນນາມເຈົ້າຂອງໂຄງການ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພີຍານຂອງ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງ
ຫົວໜ້າຫ້ອງວາການກະຊວງປ້ອງກັນປະເທດ, ມີພາກສ່ວນກ່ຽວຂ້ອງຈາກກົມກໍ່ສ້າງຊັບສິນ ກົມໃຫຍ່ພະລາທິການກອງທັບ ອົງການປົກ
ຄອງແຂວງຊຽງຂວາງ, ສອງເມືອງກ່ຽວຂ້ອງຕະຫຼອດຮອດຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.

     ໃນກອງປະຊຸມປຶກສາຫາລືປະກອບຄຳຄິດຄຳເຫັນ ໂດຍຜ່ານການກວດກາແຕ່ລະໜ້າວຽກທັງສອງໂຄງການແລ້ວ ສະຫາຍ ພົນຈັດຕະ
ວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງທັງສອງໂຄງການ
ໃນນາມເຈົ້າຂອງໂຄງການທີ່ຕາງໜ້າໃຫ້ ກະຊວງປ້ອງກັນປະເທດເຫັນໄດ້ຄວາມໝາຍຄວາມສຳຄັນ ຂອງສອງອານຸສອນສະຖານດັ່ງກ່າວມີ
ຄວາມສຳຄັນຫຼາຍຕໍ່ການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງ ກອງທັບປະຊາຊົນລາວ ເປັນສະຖານທີ່ປະຫວັດສາດ, ເປັນບ່ອນຮຽນ
ຮູ້ມູນເຊື້ອອັນອົງອາດກ້າຫານຂອງກອງທັບໃນເມື່ອກ່ອນ ໂດຍທັງສອງໂຄງການເປັນງົບປະມານຂອງ ກະຊວງປ້ອງກັນປະເທດ ໄດ້ບິແບ່ງເງິນ
ແຮຂອງກະຊວງມາສ້າງນຳໃຊ້ງົບປະມານຫຼາຍສົມຄວນ ພາຍຫຼັງເຊັນສັນຍາມອບຮັບການກໍ່ສ້າງນີ້ ແລ້ວທຸກພາກສ່ວນຍັງຕ້ອງໄດ້ຮ່ວມມືກັນ
ໃນການນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ອັນໃດຍັງບໍ່ເໝາະສົມ ແລະ ຂາດຕົກບົກຜ່ອງແມ່ນພ້ອມກັນແກ້ໄຂ ໂດຍສະເພາະສິ່ງອຳນວຍ
ຄວາມສະດວກຈຳນວນໜື່ງເປັນຕົ້ນ ນໍ້າ, ໄຟຟ້າ ແລະ ປ້າຍຊື່ຂອງພະນັກງານນັກຮົບອີກຈຳນວນໜຶ່ງທີ່ຂໍ້ມູນຍັງບໍ່ຄົບ, ປື້ມປະຫວັດສາດພູກູດ
ຈອມເຫຼັກ, ການກຳນົດຂອບເຂດພື້ນທີ່ດິນໃນເຂດສະຫງວນໄວ້ ເພື່ອອອກໜັງສືຢ່າງເປັນທາງການ ເພື່ອປ້ອງກັນການບຸກລຸກເຂດດັ່ງກ່າວ,
ການສ້າງພະນັກງານນຳທ່ຽວ, ທັງນີ້ກໍ່ເພື່ອໃຫ້ຂັ້ນຕອນການຈັດຕັ້ງປະຕິບັດຕໍ່ໄປມີຜົນປະໂຫຍດສູງສຸດ.

     ໂອກາດນີ້, ສະຫາຍຫົວໜ້າກົມ ວສ-ປສ ການທະຫານ ແລະ ສະຫາຍຮອງຫົວໜ້າຫ້ອງວາການ ກະຊວງປ້ອງກັນປະເທດ ໄດ້ຕາງໜ້າ
ໃຫ້ ກະຊວງປ້ອງກັນປະເທດ ຖືເອົາໂອກາດນີ້ມອບຕໍ່ໃຫ້ອຳນາດການປົກຄອງເມືອງພູກູດ ແລະ ກອງບັນຊາການທະຫານແຂວງຊຽງຂວາງ
ສືບຕໍ່ບໍລິການໃຫ້ປະຊາຊົນເຂົ້າທ່ຽວຊົມ ເພື່ອເກັບລາຍຮັບມາໝູນໃຊ້ປັບປຸງປົວແປງໃຫ້ດີຂື້ນເທື່ອລະກ້າວ.

ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 20/02/2024